ການຈັດຕັ້ງໂຄງການຄຸ້ມຄອງການໃຊ້ໄຟຟ້າ ພາຍໃຕ້ລັດວິສະຫະກິດໄຟຟ້າລາວນັ້ນ ໄດ້ຮັບທຶນສະໜັບສະໜູນສ່ວນໃຫ່ຍຈາກກອງທຶນສິ່ງແວດລ້ອມໂລກ (GEF - Global Environmental Facility) ໂດຍໂຄງການນີ້ ເປັນໜຶ່ງໃນໂຄງການດຳເນີນການໃຊ້ໄຟຟ້າໃນເຂດຊົນນະບົດຂອງປະເທດລາວ (Lao PDR Rural Electrificatino APL Phase 1 Project (REP 1)) ຊຶ່ງຈຸດປະສົງຫຼັກນັ້ນ ເພື່ອຂະຫຍາຍການບໍລິການດ້ານໄຟຟ້າໃຫ້ຄວບຄຸມທາງເຂດ ພາກກາງ ແລະ ພາກໃຕ້ ໂດຍຈະຂະຫຍາຍສາຍສົ່ງໄຟຟ້າໄປຍັງ 52000 ຄົວເຮືອນ ແລະ ຈັດສັນການໃຫ້ບໍລິການໄຟຟ້າຜ່ານເທັກໂນໂລຍີ່ທີ່ບໍ່ເຊື່ອມໂຍງກັບລະບົບສາຍສົ່ງໄຟຟ້າ ໄປອີກ 10000 ຄົວເຮືອນ ຊຶ່ງໂຄງການໃຊ້ໄຟຟ້ານີ້ ຍັງຊ່ວຍສົ່ງເສີມການປັບໂຄງຮ່າງກິດຈະ ການໄຟຟ້າໃນການບໍລິຫານງານບາງສ່ວນ ໃຫ້ມີປະສິດທິພາບເພີ່ມຫຼາຍຂຶ້ນ ເປັນຕົ້ນເຊັ່ນ: ການພັດທະນາໃນການດໍາເນີນທຸລະກິດຂອງລັດວິສະຫະກິດໄຟຟ້າລາວ ການປັບປຸງໂຄງຮ່າງການຄິດໄລ່ຄ່າໄຟຟ້າ ສໍາລັບສາຍສົ່ຕ່າງໆ ການຫຼຸດຜ່ອນການເກີດໄຟຟ້າມອດ ການຈັດຕັ້ງກອງທຶນເພື່ອສົ່ງເສີມການຂະຫຍາຍການໃຫ້ບໍລິການໄຟຟ້າໃນເຂດຊົນນະບົດ
ທັງນີ້ແຜນປະຕິບັດໂຄງການຈັດການດ້ານໄຟຟ້າ ແລະ ສົ່ງເສີມປະສິດທິພາບພະລັງງານນັ້ນ ໄດ້ເລີ່ມຈັດຕັ້ງຂຶ້ນແຕ່ປີ 2004 ໂດຍເລີ່ມຈາກການຈັດຕັ້ງໜ່ວຍງານ DSM Cell ແລະ ການວາງແຜນການ ດໍາເນີນການຕ່າງໆ ໃນດ້ານການຈັດການການໃຊ້ໄຟຟ້າ ແລະ ສົ່ງເສີມປະສິດທິພາບພະລັງງານ ໂດຍລັດວິສະຫະກິດໄຟຟ້າລາວເປັນຜູ້ດໍາເນີນງານ ແລະ ຮັບຜິດຊອບ ຊຶ່ງການດໍາເນີນງານທີ່ຜ່ານມານັ້ນ ໄດ້ຊ່ວຍສົ່ງເສີມການດໍາເນີນການຕ່າງໆ ໃຫ້ມີປະສິດທິພາບ ເພີ່ມຂຶ້ນ ແລະ ຮອງຮັບຄວາມຕ້ອງການການໃຊ້ໄຟຟ້າທີ່ເພີ່ມຂຶ້ນໃນຍະສໍາຄັນໃນຊ້ວງຫຼາຍປີທີ່ຜ່ານມາ
ໂຄງການຄຸ້ມຄອງການໃຊ້ໄຟຟ້າໄລຍະທີ່ໜຶ່ງ (1A) ນັ້ນ ໄດ້ເລີ່ມການດໍາເນີນການຈັດຕັ້ງແຕ່ເດືອນ 2 ປີ 2007 ຈົນເຖິງເດືອນ 9 ປີ 2008 ຊຶ່ງຂອບເຂດງານໄລຍະທີ່ໜຶ່ງ ເລີ່ມຈາກການຈັດຕັ້ງໜ່ວຍງານ ລວມເຖິງການສົ່ງເສີມປະສິດຖິພາບຂອງ DSM Cell ຊຶ່ງຢູ່ພາຍໃຕ້ລັດວິສະຫະກິດໄຟຟ້າລາວ ໃຫ້ມີປະສິດທິພາບເພີ່ມຂຶ້ນ ໃນການດໍາເນີນງານ ຕ່າງໆ ໃນໄລຍະທຳອິດນັ້ນໄດ້ເນັ້ນການຫຼຸດການໃຊ້ໄຟຟ້າໃນພາກລັດ ຊຶ່ງເປັນກຸ່ມຜູ້ໃຊ້ໄຟຟ້າສູງສຸດໃນປັດຈຸບັນ ລວມເຖິງການພັດທະນາຖານຂໍ້ມູນການໃຊ້ໄຟຟ້າ ການປະເມີນ ແລະ ກວດສອບການໃຊ້ໄຟຟ້າໃນອາຄານພາກລັດ ການດໍາເນີນມາດຕະການດ້ານປະສິດທິພາບພະລັງງານໃນໂຄງການແບບຢ່າງຕ່າງໆ ການເຜີຍແຜ່ ການໂຄສະນາໃຫ້ເຫັນການໃຊ້ໄຟຟ້າໃນພາກລັດ ແລະກວດສອບປະເມີນຜົນໃນດ້ານການດໍາເນີນງານກ່ຽວກັບການຈັດການການໃຊ້ໄຟຟ້າ ແລະ ປະສິດທິພາບພະລັງງານທີ່ໄດ້ດໍາເນີນການໄປກ່ອນໜ້ານີ້
ການດໍາເນີນງານຂອງ ໂຄງການຄຸ້ມຄອງການໃຊ້ໄຟຟ້າ ໃນໄລຍະຕໍ່ມາ ຫຼື ໄລຍະ 1 B ຊຶ່ງກໍາລັງດໍາເນີນງານໃນຂະນະນັ້ນໄດ້ເນັ້ນໄປທີ່ການປັບປຸງ ແລະ ທົບທວນແຜນການດໍາເນີນງານຂອງໂຄງການຄຸ້ມຄອງການໃຊ້ໄຟຟ້າໃນໄລຍະ 4 ປີຕໍ່ໄປ (2008-2012) ການກຽມແຜນງານການພັດທະນາຄວາມກ້າວໜ້າໃນອາຊີບ ແລະ ສົ່ງເສີມປະສິດທິພາບຂອງໜ້າທີ່ DSM CELL ລວມເຖິງຜູ້ທີ່ປະສານງານດ້ານພະລັງງານ (ຊື່ງຈະເຂົ້າມາເຮັດໜ້າທີ່ດໍາເນີນການ ໃນເລື່ອງມາດຕະການສົ່ງເສີມປະສິດຖິພາບພະລັງງານຕ່າງໆ ໃນພາກລັດ) ການເພີ່ມຈໍານວນສະມາຊິກຄະນະກໍາມະ ການການຈັດການດ້ານການໃຊ້ໄຟຟ້າ ການດໍາເນີນງານໃນດ້ານມາດຕະການສົ່ງເສີມປະສິດທິ ພາບພະລັງງານໃນອາຄານພາກລັດທີ່ໄດ້ຜ່ານການກວດສອບການໃຊ້ໄຟຟ້າໄປແລ້ວເບື້ອງຕົ້ນ 50 ອາຄານ ການດໍາເນີນງານໃນສ່ວນໂປຼແກຼມການດູແລຮັກສາເຄື່ອງປັບອາກາດ ການປະເມີນການກວດສອບການໃຊ້ໄຟຟ້າໃນໂຮງໝໍຕ່າງໆ ການຂະຫຍາຍຖານຂໍ້ມູນດ້ານການໃຊ້ພະລັງງານໃຫ້ຄວບຄຸມໄປຍັງກຸ່ມຜູ້ໃຊ້ໄຟຟ້າທັງໝົດໃນພາກລັດ ການອອກແບບໂປຼແກຼມການສົ່ງເສີມການໃຊ້ດອກໄຟປະສິດທິພາບສູງໃນພາກຄົວເຮືອນ ເພື່ອປະກອບການພິຈາລະນາ ແລະ ວາງແຜນການດໍາເນີນການໃນໂປຼແກຼມມາດຕະຖານ ແລະ ກາ(ສະຕິກເກີ້) ສະແດງຄ່າປະສິດທິພາບພະລັງງານຂອງເຄື່ອງໃຊ້ໄຟຟ້າ





ກ່ຽວກັບໂຄງການ 
