Lao DSM/EE Program

  • ເພີ່ມຂະນາດໂຕອັກສອນ
  • ຂະນາດໂຕອັກສອນປົກກະຕິ
  • ລົດຂະນາດໂຕອັກສອນ

ໂຄງການຄຸ້ມຄອງການໃຊ້ໄຟຟ້າ

DSM logo

ໂຄງການຄຸ້ມຄອງການໃຊ້ໄຟຟ້າ ແມ່ນສ່ວນໜື່ງຂອງ ໂຄງການຂະຫຍາຍ ໄຟຟ້າຊົນນະບົດ The Rural Electrification APL Phase I Project (REP I) ທີ່ຂື້ນກັບ ລັດວິສາຫະກິດໄຟຟ້າລາວ  ໂດຍທີ່ທະນາຄານໂລກ (The World Bank) ແລະ ກອງທືນເພື່ອ ສິ່ງແວດລ້ອມ (Global Environmental Facility - GFF) ໃຫ້ການສະໜັບສະໜູນທາງ ດ້ານການເງີນ.

ໂຄງການຄຸ້ມຄອງການໃຊ້ໄຟຟ້າ ໃນຊ່ວງເລີ່ມຕົ້ນ ຈະແບ່ງການດຳ ເນີນໂຄງການອອກເປັນ 2 ໄລຍະ; ໂດຍໄລຍະທີ1 ໄດ້ດຳເນີນຕັ້ງ ແຕ່ປີ 2007-2010 ແລະ ໄລຍະທີ 2 ຈະໄດ້ດຳເນີນຕັ້ງ ແຕ່ປີ 2010-2012. ໂດຍເປົ້າໝາຍຂອງໂຄງການ ຄຸ້ມຄອງການໃຊ້ໄຟ ຟ້າໃນໄລຍະທີ1 ແມ່ນການປະເມີນຫາຄ່າການໃຊ້ ພະລັງງານທີ່ ເໝາະສົມໃນກະຊວງ ແລະ ທະບວງຕ່າງໆຂອງພາກລັດ; ສຶກສາ ເຖີງລັກສະນະ ພຶດຕິກຳການໃຊ້ໄຟຟ້າ ແລະ ກຳນົດວິທີການ ໃນ ການເພີ່ມປະສິດຕິພາບ ໃນການໃຊ້ພະລັງງານໄຟຟ້າ ເຊີ່ງການໃຊ້ ພະລັງງານໄຟຟ້າ ທີ່ສີ້ນເປືອງໃນພາກລັດ ມີຜົນກະທົບໂດຍກົງກັບ ງົບປະມານ ແລະ ລາຍຮັບປະຈຳປີ ຂອງໄຟຟ້າລາວ ໂດຍມາຈາກ ພາວະໜີ້ທີ່ເກີດຈາກການຈ່າຍຄ່າໄຟຟ້າທີ່ບໍ່ຕົງຕໍ່ເວລາອີກດ້ວຍ. ນອກຈາກນີ້ການປະຢັດ ການໃຊ້ໄຟຟ້າໃນ ສປປ ລາວ ຍັງຊ່ວຍສ້າງ ລາຍໄດ້ຈາກການສົ່ງອອກ ພະລັງງານໄຟຟ້າໄປຍັງປະເທດໃກ້ຄຽງ