ໃນລະດັບກວ້າງ ເປົ້າໝາຍຂອງ DSM ຄືການໃຊ້ຊັບພະຍາກອນພະລັງງານຢ່າງເໝາະສົມ (Optimizing energy resources) ດຍມີຈຸດປະສົງຫຼັກຄືການຫຼຸດຕົ້ນທຶນລວມຂອງສັງຄົມ ແລະ ໃນວັດຖຸປະສົງທີ່ກວ່າງໄປກວ່ານັ້ນຄື ການປັບປຸງແກ້ໄຂສະພາບແວດລ້ອມແລະ ເພີ່ມຄວາມສາມາດໃນການແຂ່ງຂັນທາງເສດຖະກິດເຊິ່ງບາງຄັ້ງວັດຖຸປະສົງເຫຼົານີ້ກໍ່ນຳມາໃຊ້ໃນການພິຈະລະນາເຊັ່ນກັນ.ໃນລະດັບແຄບລົງມາ DSM າມາດໃຊ້ເພື່ອວັດຖຸປະສົງບາງຢ່າງເປັນການສະເພາະໂດຍທົ່ວໄປກໍ່ເພື່ອຫຼີກລ້ຽງການກໍ່ສ້າງເຄື່ອນໄຟຟ້າໃໝ່ອອກໄປໂດຍເປັນທາງເລືອກທີ່ມີຄ່າໃຊ້ຈ່າຍຕຳກວາ ໃນເວລາທີ່ຂໍ້ຈຳກັດທາງດ້ານການຜະລິດເປັນເລື່ອງດ່ວນກໍ່ຍັງສາມາດໃຊ້ DSMເພື່ອໃຫ້ກຳລັງກາຜະລິດຂອງລະ ບົບສາມາດໃຫ້ບໍລິການຕໍ່ຜູ້ໃຊ້ໄຟຟ້າລາຍໃໝ່ໄດ້ຫຼາຍຂື້ນ.
ໂປຼແກຼມ DSM
ປະກອບດ້ວຍມາດຕະການຕ່າງໆ ທີ່ມີວັດຖຸປະສົງທີ່ຈະສົ່ງເສີ່ມ ແລະ ສະໜັບສະໜູນຜູ້ ໃຊ້ໄຟຟ້າຄຸ່ມເປົ້າໝາຍ ປັບປຸງແນວທາງການໃຊ້ໄຟຟ້າໃຫ້ສອດຄ່ອງກັບຄວາມຕ້ອງການຂອງກດຈະການ ໄຟຟ້າ ໃນຄະນະທີ່ຜູ້ໃຊ້ໄຟຟ້າ ຍັງຄົງໄດ້ຮັບຄຸນປະໂຫຍດລວມທັງຄວາມເພິ່ງພໍໃຈເທົ່າເດີມ ຫຼື ດີກວ່າເດີມ ເຊັ່ນ: ເພີ່ມຄວາມໝັ້ນໃຈຂອງລະບົບ ຫຼຸດຄ່າໃຊ້ຈ່າຍຂອງກິດຈະການໄຟຟ້າ ແລະ ຜູ້ໃຊ້ໄຟຟ້າ ຫຼຸດຄ່າໃຊ້ຈ່າຍໃນການກໍ່ສ້າງເຄື່ອນໄຟຟ້າ ແລະ ລະບົບໄຟຟ້າ ເປັນຕົ້ນ.
ໂປຼແກຼມ DSM ປະກອບດວ້ຍ
Peak Clipping ຄືວິທີການຈັດການໃນຫ້ຊວ່ງຕ້ອງການໄຟຟ້າສູງສຸດຫຼຸດລົງ (Reduction of Peakload) ຄື ການຄວບຄຸມເວລາ ແລະ ປະລິ ມານການໃຊ້ໄຟຟ້າຂອງຜູ້ໃຊ້ ໄຟຟ້າໂດຍກົງ ໂດຍຄວບຄຸມທີ່ອຸປະກອນ |
|
Valley Filling ຄືການເພີ່ມຄວາມຕ້ອງການໃນຊ່ວງ off -peak ຖ້າຫາກຕົ້ນທືນໜ່ວຍສຸດທ້າຍ(Long-run marginal cost) ຕຳກວ່າລາຄາຄ່າໄຟຟ້າສະເລ່ຍ ການໃຊ້ວິທີການເພີ່ມປະລິມານຳໜ່າຍ ກໍ່ຈະເຮັດໃຫ້ຄ່າໄຟຟ້າສະເລ່ຍຕຳລົງໄດ້ ວິທີການທີ່ນິຍົມໃຊ້ສຳລັບເປົ້າໝາຍນີ້ກໍຄືການໃຊ້ເຕັກໂນໂລຊີ ການກັກເກັບພະລັງງານ (Energy Storage) |
|
Load Shifting ຄື Load management ອີກວິທີນຶ່ງທີ່ເລື່ອນການໃຊ້ໄຟຟ້າຈາກຊ່ວງ Peak ມາສູ່ off-peak ເຊັ່ນ Storage water heating ຫຼື ເລື່ອນເວລາການໃຊ້ໄຟຟ້າໂດຍຜູ້ໃຊ້ເອງ. |
|
Strategic Conservation ຄື ການສົ່ງເສີມການອະນຸລັກພະລັງງານເຊິ່ງຊ່ວຍຫຼຸດການໃຊ້ໄຟຟ້າທຸກ ຊ່ວງເວລາ ການສົ່ງເສີມການໃຊ້ອຸປະກອນໄຟຟ້າປະສິດທິພາບສູງສຸດ |
|
Strategic load Growth ຄືການເພີ່ມ Energy sale ນອກເໜືອຈາກວິທີ Valley filling ເຮັດໄດ້ໂດຍເພີ່ມ ຫຼື ສົ່ງເສີມການໃຊ້ໄຟຟ້າ ແທນເຊື້ອໄຟອື່ນເປັນຕົ້ນ |
|
Flexible Load Shape ຫຼື Flexible Reliability ຄື ການປັບປ່ຽນ Load-Shape ໄປຕາມຄວາມຕ້ອງການໂດຍຜູ້ໃຊ້ໄຟຟ້າຍອມຮັບຄວາມເຊື່ອຖືໄດ້ຂອງ ລະບົບທີ່ຕ້ອງປ່ຽນໄປໂດຍແລກກັບສິ່ງຈູງໃຈ(incentive) ເຊັ່ນ : ການໃຊ້ອັດຕາຄ່າໄຟຟ້າແບບງົດຈ່າຍກະແສໄຟຟ້າໄດ້ (Interruptible Rate) |





DSM in Lao PDR

Peak Clipping ຄືວິທີການຈັດການໃນຫ້ຊວ່ງຕ້ອງການໄຟຟ້າສູງສຸດຫຼຸດລົງ (Reduction of Peakload) ຄື ການຄວບຄຸມເວລາ ແລະ ປະລິ ມານການໃຊ້ໄຟຟ້າຂອງຜູ້ໃຊ້ ໄຟຟ້າໂດຍກົງ ໂດຍຄວບຄຸມທີ່ອຸປະກອນ
Valley Filling ຄືການເພີ່ມຄວາມຕ້ອງການໃນຊ່ວງ off -peak ຖ້າຫາກຕົ້ນທືນໜ່ວຍສຸດທ້າຍ(Long-run marginal cost) ຕຳກວ່າລາຄາຄ່າໄຟຟ້າສະເລ່ຍ ການໃຊ້ວິທີການເພີ່ມປະລິມານຳໜ່າຍ ກໍ່ຈະເຮັດໃຫ້ຄ່າໄຟຟ້າສະເລ່ຍຕຳລົງໄດ້ ວິທີການທີ່ນິຍົມໃຊ້ສຳລັບເປົ້າໝາຍນີ້ກໍຄືການໃຊ້ເຕັກໂນໂລຊີ ການກັກເກັບພະລັງງານ (Energy Storage)
Load Shifting ຄື Load management ອີກວິທີນຶ່ງທີ່ເລື່ອນການໃຊ້ໄຟຟ້າຈາກຊ່ວງ Peak ມາສູ່ off-peak ເຊັ່ນ Storage water heating ຫຼື ເລື່ອນເວລາການໃຊ້ໄຟຟ້າໂດຍຜູ້ໃຊ້ເອງ.
Strategic Conservation ຄື ການສົ່ງເສີມການອະນຸລັກພະລັງງານເຊິ່ງຊ່ວຍຫຼຸດການໃຊ້ໄຟຟ້າທຸກ ຊ່ວງເວລາ ການສົ່ງເສີມການໃຊ້ອຸປະກອນໄຟຟ້າປະສິດທິພາບສູງສຸດ
Strategic load Growth ຄືການເພີ່ມ Energy sale ນອກເໜືອຈາກວິທີ Valley filling ເຮັດໄດ້ໂດຍເພີ່ມ ຫຼື ສົ່ງເສີມການໃຊ້ໄຟຟ້າ ແທນເຊື້ອໄຟອື່ນເປັນຕົ້ນ
Flexible Load Shape ຫຼື Flexible Reliability ຄື ການປັບປ່ຽນ Load-Shape ໄປຕາມຄວາມຕ້ອງການໂດຍຜູ້ໃຊ້ໄຟຟ້າຍອມຮັບຄວາມເຊື່ອຖືໄດ້ຂອງ ລະບົບທີ່ຕ້ອງປ່ຽນໄປໂດຍແລກກັບສິ່ງຈູງໃຈ(incentive) ເຊັ່ນ : ການໃຊ້ອັດຕາຄ່າໄຟຟ້າແບບງົດຈ່າຍກະແສໄຟຟ້າໄດ້ (Interruptible Rate)